S money logo

ເງື່ອນໄຂ ແລະ ຂໍ້ກຳນົດ ຂອງແອັບກະເປົ໋າເງິນເອເລັກໂຕຣນິກ Sokxay Money

1. ກ່ຽວກັບແອັບກະເປົ໋າເງິນເອເລັກໂຕຣນິກ Sokxay Money

ແອັບກະເປົ໋າເງິນເອເລັກໂຕຣນິກ Sokxay Money ເປັນໜຶ່ງໃນຜະລິດຕະພັນທີ່ອອກ ແລະ ດໍາເນີນທຸລະກິດພາຍໃຕ້ ບໍລິສັດ ໂຊກໄຊ ມັນນີ ຈໍາກັດຜູ້ດຽວ, ເຊິ່ງໃຫ້ບໍລິການທາງດ້ານກະເປົາເງິນເອເລັກໂຕຣນິກ ໂດຍໄດ້ຮັບອະນຸຍາດດຳເນີນທຸລະກິດຈາກກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ.

2. ການລົງທະບຽນແອັບກະເປົ໋າເງິນເອເລັກໂຕຣນິກ Sokxay Money

2.1.ຜູ້ລົງທະບຽນຕ້ອງມີເບີໂທລະສັບ ທິ່ຂຶ້ນທະບຽນຢູ່ ສປປ ລາວ, ຕ້ອງເປັນເບີທີ່ເປີດການນໍາໃຊ້ແລ້ວ (ຍັງ Active) ແລະ ສາມາດຮັບຂໍ້ຄວາມ SMS ໄດ້;

2.2.ຕ້ອງໄດ້ດໍາເນີນການລົງທະບຽນ E-KYC ໂດຍຕ້ອງມີເອກະສານຢັ້ງຢືນຕົວຕົນທີ່ຖືກຕ້ອງ ແລະ ຍັງບໍ່ທັນໝົດອາຍຸນໍາໃຊ້ ເຊັ່ນ: ບັດປະຈໍາຕົວ, ສໍາມະໂນຄົວ,...;

2.3.ຕ້ອງໄດ້ຮັບການກວດສອບຄວາມຖືກຕ້ອງຂອງເອກະສານຢັ້ງຢືນຕົວຕົນ ແລະ ໄດ້ຮັບອະນຸມັດຈາກ ບໍລິສັດ ໂຊກໄຊ ມັນນີຈໍາກັດຜູ້ດຽວ ຈິ່ງສາມາດນໍາໃຊ້ໄດ້;

2.4.ລະຫັດຜ່ານ ຕ້ອງມີ 08-12 ຕົວອັກສອນ ແລະ ປະກອບດ້ວຍ ຕົວອັກສອນທໍາມະດາ, ຕົວອັກສອນພິມໃຫຍ່, ຕົວອັກສອນພິເສດ ແລະ ຕົວໂຕເລກ;

3. ວົງເງິນທຸລະກໍາ ສໍາລັບກະເປົ໋າເງິນເອເລກໂຕຣນິກ Sokxay Money

ລຳດັບ ເນື້ອໃນ ຈຳນວນເງິນ ໝາຍເຫດ
1 ຍອດເງິນຕ່ຳສຸດ/ກະເປົ໋າ 1,000 ກີບ ມູນຄ່າທຸລະກໍາຊໍາລະເງິນ, ການໂອນເງິນ ແລະ ການຖອນເງິນສົດອອກຈາກກະເປົ໋າ (Cash out) ລວມກັນຕ້ອງບໍ່ເກີນຍອດທຸລະກໍາສູງສຸດ/ວັນ/ກະເປົ໋າ, ໃນນີ້ບໍ່ລວມການຕື່ມເງິນເຂົ້າກະເປົ໋າ (Cash in)
2 ຍອດເເງິນສູງສຸດ/ກະເປົ໋າ 25,000,000 ກີບ
3 ທຸລະກຳຕ່ຳສຸດ/ຄັ້ງ 1,000 ກີບ
4 ທຸລະກຳສູງສຖດ/ຄັ້ງ/ກະເປົ໋າ 12,000,000 ກີບ
5 ຍອດລວມທຸລະກຳສູງສຸດ/ວັນ/ກະເປົ໋າ 20,000,000 ກີບ
6 ຖອນເງິນສົດ (Cash Out)/ວັນ/ບັນຊີ 2,500,000 ກີບ

4. ປະເພດການໃຫ້ບໍລິການ

4.1.ຕື່ມເງິນເຂົ້າກະເປົ໋າເງິນເອເລັກໂຕຣນິກ Sokxay Money: ຜ່ານເຄົ້າເຕີ້ Sokxay Money, ຕົວແທນ Sokxay Money ຫຼື ຜ່ານແອັບທະນາຄານ; ຄ່າບໍລິການຕື່ມເງິນເຂົ້າກະເປົ໋າເງິນ Sokxay Money ແມ່ນອີງຕາມນະໂຍບາຍຂອງ ບໍລິສັດ ໂຊກໄຊ ມັນນີ ໃນແຕ່ລະໄລຍະ;

4.2.ຖອນເງິນຈາກກະເປົ໋າເງິນເອເລັກໂຕຣນິກ Sokxay Money: ຜ່ານເຄົ້າເຕີ້ Sokxay Money, ຕົວແທນ Sokxay Money ຫຼື ຜ່ານແອັບທະນາຄານ; ຄ່າບໍລິການຖອນເງິນຈາກກະເປົ໋າເງິນ Sokxay Money ແມ່ນອີງຕາມນະໂຍບາຍຂອງ ບໍລິສັດ ໂຊກໄຊ ມັນນີ ໃນແຕ່ລະໄລຍະ;

4.3.ໂອນເງິນລະຫວ່າງກະເປົ໋າເງິນເອເລັກໂຕຣນິກ Sokxay Money: ດ້ວຍເລກກະເປົ໋າ, ເບີໂທ ຫຼື QR Code; ຄ່າບໍລິການໂອນເງິນລະຫວ່າງກະເປົ໋າເງິນເອເລັກໂຕຣນິກ Sokxay Money ແມ່ນອີງຕາມນະໂຍບາຍຂອງ ບໍລິສັດ ໂຊກໄຊ ມັນນີ ໃນແຕ່ລະໄລຍະ;

4.4.ຊໍາລະເງິນດ້ວຍການສະແກນ QR Code Sokxay Money: ຢູ່ບັນດາຮ້ານຄ້າທີ່ລົງທະບຽນເປັນສະມາຊິກຮ້ານຄ້າ Sokxay Money;

4.5.ການນໍາໃຊ້ແອັບອື່ນໆ ໂດຍຊໍາລະເງິນດ້ວຍກະເປົ໋າເງິນເອເລັກໂຕຣນິກ Sokxay Money.

5. ການໂອນເງິນຄືນ

5.1.ກໍລະນີ ດໍາເນີນທຸລະກໍາບໍ່ສໍາເລັດ ແຕ່ຕັດເງິນໃນກະເປົ໋າເຊັ່ນ: ຊື້ຫວຍຜ່ານແອັບ Sokxay Plus ບໍ່ສໍາເລັດ ແຕ່ຕັດເງິນໃນກະເປົ໋າເງິນເອເລັກໂຕຣນິກ Sokxay Money, … ຕ້ອງໄດ້ແຈ້ງໃຫ້ ບໍລິສັັດ ໂຊກໄຊ ມັນນີ ເພື່ອກວດສອບ ແລະ ໂອນເງິນຄືນເຂົ້າກະເປົ໋າເງິນ Sokxay Money ຂອງລູກຄ້າ, ການໂອນເງິນຄືນແມ່ນ 03-05 ວັນລັດຖະການພາຍຫຼັງໄດ້ຮັບການແຈ້ງ.

5.2.ກໍລະນີ ຊໍາລະເງິນດ້ວຍການສະແກນ QR Code Sokxay Money ຜິດຈໍານວນເງິນ, ແມ່ນແຈ້ງໃຫ້ຮ້ານຄ້າໂອນເງິນຄືນໃຫ້ (ກໍລະນີນີ້ ທາງ ບໍລິສັດ ໂຊກໄຊມັນນີ ຈະບໍ່ຮັບຜິດຊອບໃນການໂອນເງິນຄືນໃຫ້ລູກຄ້າ);

6. ເງື່ອນໄຂການນໍາໃຊ້ກະເປົ໋າເງິນເອເລັກໂຕຣນິກ Sokxay Money

6.1.ຕ້ອງມີໂທລະສັບ ຫຼື ອຸປະກອນເອເລັກໂຕຣນິກ ທີ່ສາມາດຕິດຕັ້ງແອັບ Sokxay Money ແລະ ສາມາດເຊື່ອມຕໍ່ອິນເຕີເນັດ;

6.2.ຕ້ອງມີເບີໂທລະສັບທີ່ຂຶ້ນທະບຽນຢູ່ ສປປ ລາວ ແລະ ສາມາດຮັບຂໍ້ຄວາມ SMS ໄດ້;

6.3.ເອກະສານຢັ້ງຢືນຕົວຕົນຖືກຕ້ອງຕາມກົດໝາຍ ແລະ ຜ່ານການອະນຸມັດການລົງທະບຽນ ຈາກ ບໍລິສັດ ໂຊກໄຊ ມັນນີ ຈໍາກັດຜູ້ດຽວ.

7. ຄວາມຮັບຜິດຊອບຂອງ ບໍລິສັດ ໂຊກໄຊ ພລັສ ອີ-ຄອມເມີດ ຈໍາກັດຜູ້ດຽວ (ຜູ້ໃຫ້ບໍລິການກະເປົ໋າເງິນ Sokxay Money)

7.1.ຮັກສາຂໍ້ມູນສ່ວນຕົວຂອງລູກຄ້າ ທີ່ນໍາໃຊ້ລົງທະບຽນແອັບກະເປົ໋າເງິນເອເລັກໂຕຣນິກ Sokxay Money;

7.2.ຮັບປະກັນແອັບກະເປົ໋າເງິນເອເລັກໂຕຣນິກ Sokxay Money ໃຫ້ສາມາດນໍາໃຊ້ໄດ້ປົກກະຕິ;

7.3.ຮັກສາຂໍ້ມູນທຸລະກໍາ ແລະ ຍອດເງິນໃນກະເປົ໋າເງິນເອເລັກໂຕຣນິກ Sokxay Money ຂອງລູກຄ້າ;

7.4.ບໍລິສັດ ໂຊກໄຊ ພລັສ ອີ-ຄອມເມີດ ຈໍາກັດຜູ້ດຽວ ຂໍສະຫງວນສິດໃນການປ່ຽນແປງ ບັນດາເງື່ອນໄຂການນໍາໃຊ້, ນະໂຍບາຍການນໍາໃຊ້ ໂດຍບໍ່ແຈ້ງໃຫ້ຊາບລ່ວງໜ້າ;

7.5.ບໍລິສັດ ໂຊກໄຊ ພລັສ ອີ-ຄອມເມີດ ຈໍາກັດຜູ້ດຽວ ຈະບໍ່ຮັບຜິດຊອບ:

8. ຄວາມຮັບຜິດຊອບຂອງຜູ້ນໍາໃຊ້ກະເປົ໋າເງິນ Sokxay Money

8.1.ຜູ້ນໍາໃຊ້ກະເປົ໋າເງິນເອເລັກໂຕຣນິກ Sokxay Money ຕ້ອງຮັບປະກັນ ຂໍ້ມູນ ແລະ ເອກະສານຢັ້ງຢືນຕົວຕົນ ແມ່ນມີຄວາມຖືກຕ້ອງຕາມລະບຽບກົດໝາຍ;

8.2.ຜູ້ນໍາໃຊ້ກະເປົ໋າເງິນເອເລັກໂຕຣນິກ Sokxay Money ຕ້ອງຮັບປະກັນ ເບີໂທລະສັບ ແລະ ລະຫັດຜ່ານ ທີ່ນໍາໃຊ້ Login ເຂົ້າແອັບ Sokxay Money ຂອງຕົນໃຫ້ເປັນຄວາມລັບ ແລະ ບໍ່ເປີດເຜີຍໃຫ້ບຸກຄົນອື່ນຮັບຊາບໂດຍເດັດຂາດ;

8.3.ຜູ້ນໍາໃຊ້ກະເປົ໋າເງິນເອເລັກໂຕຣນິກ Sokxay Money ເຫັນດີໃຫ້ເກັບຄ່າທໍານຽມຕ່າງໆ ໃນການນໍາໃຊ້ ໂດຍອີງຕາມ ນະໂຍບາຍຂອງ ບໍລິສັດ ໂຊກໄຊ ມັນນີ ວາງອອກໃນແຕ່ລະໄລຍະ;

8.4.ບໍ່ສວຍໃຊ້ກະເປົ໋າເງິນເອເລັກໂຕຣນິກ Sokxay Money ໃນທາງບໍ່ຖືກຕ້ອງ ແລະ ຂັດກັບລະບຽບກົດໝາຍຂອງ ສປປ ລາວ;

8.5.ຜູ້ນໍາໃຊ້ກະເປົ໋າເງິນເອເລັກໂຕຣນິກ Sokxay Money ໄດ້ອ່ານ ແລະ ຍອມຮັບທຸກໆ ເງື່ອນໄຂ ແລະ ຂໍ້ກໍານົດທີ່ທາງ ບໍລິສັດ ໂຊກໄຊ ມັນນີ ວາງອອກ;

9. ຕິດຕໍ່ພວກເຮົາ

9.1.ສອບຖາມຂໍ້ມູນເພີ່ມຕື່ມ ໂທ/WhatApp: 020 91218866.